ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໄດ້ຮັບຕ້ອນ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບຄົ້ນຄວ້າ.doc

WhatsApp Image 2025 04 23 at 20.50.57

ໃນຕອນແລງຂອງວັນທີ 22 ເມສາ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ທ່ານພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບ ລົງເກັບກຳຂໍ້ມູນໂຮງຮຽນທີ່ຂາດຄູສອນ ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ ເພື່ອຊ່ວຍສອນຊັ້ນປະຖົມ ໃນເຂດຫ່າງໄກສອກຫຼີກ ແລະ ເກັບກຳສະຖິຕິຄູອາສາສະໝັກ ເຂົ້າເປັນທະຫານ ໂດຍການນໍາພາຄະນະທີມງານຂອງ ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຜົົ້ງສາລີ,

່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນ 3 ເອກະສານ ແລະ ສະຫຼຸບປະຈໍາເດືອນ ເມສາ 2025

WhatsApp Image 2025 04 23 at 20.48.57

ໃນຕອນເຊົ້າຂອງວັນທີ 22 ເມສາ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລແຂວງ, ສອງໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນ 03 ເອກະສານທີ່ສໍາຄັນ ໃຫ້ແກ່ສະມາຊິກພັກພາຍໃນໜ່ວຍ ໂດຍການເປັນປະທານຂອງ ສະຫາຍ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ເລຂາໜ່ວຍພັກບໍລິຫານ, ມີສະຫາຍ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານ ປະທານກວດກາໜ່ວຍພັກວິຊາການ, ມີບັນດາສະຫາຍຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງລວມທັງໝົດ 67 ສະຫາຍ, ຍິງ 28 ສະຫາຍເຂົ້າຮ່ວມ.

06 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ຜົ້ງສາລີ ພົບປະແລກປ່ຽນກິລາ, ສິລະປະ-ວັນນະຄະດີ ປະຈໍາປີ 2025

WhatsApp Image 2025 03 05 at 17.36.38

ໃນຕອນເຊົ້າ ວັນທີ 05 ມີນາ 2025, ຢູ່ທີ່ເດີ່ນພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, 06 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ (ໜ່ວຍພັກບໍລິຫານ, ໜ່ວຍພັກວິຊາການ, ໜ່ວຍພັກໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ, ໜ່ວຍພັກໂຮງຮຽນ ມສ ເທສະບານແຂວງ, ໜ່ວຍພັກໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ແລະ ໜ່ວຍພັກສູນການສຶກສານອກໂຮງຮຽນແຂວງຜົ້ງສາລີ) ໄດ້ຈັດພິທີ ພົບປະແລກປ່ຽນກິລາ, ສິລະປະ-ວັນນະຄະດີ ຄັ້ງທີ IV ໂດຍການເປັນເຈົ້າພາບ ຂອງໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ມີ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ

WhatsApp Image 2025 02 07 at 00.01.35

ໃນຕອນເຊົ້າຂອງວັນທີ 06 ກຸມພາ 2025, ທີ່ຫອ້ງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັນທະນະທໍາ-ສັງຄົມ, ມີທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພັກ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ ແລະ ພະນັກງານວິຊາການທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງລວມທັງໝົດ 77 ທ່ານ, ຍິງ 33 ທ່ານເຂົ້າຮ່ວມ.

ກອງປະຊຸມຜູ້ບໍລິຫານວຽກງານສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເເຂວງຜົ້ງສາລີ ປະຈໍາສົກຮຽນ 2023-2024 ໄດ້ໄຂຂຶ້ນຢ່າງເປັນທາງການ

WhatsApp Image 2024 09 03 at 19.33.03

ເພື່ອເປັນການສະຫຼຸບຕີລາຄາເຖິງຜົນສໍາເລັດການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2023-2024 ແລະ ວາງທິດທາງແຜນການປະຈໍາສົກຮຽນ 2024-2025. ພະເເນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໄດ້ຈັດກອງປະຊຸມຜູ້ບໍລິຫານວຽກງານສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເເຂວງຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 03 ກັນຍາ 2024 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງ ທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ຝຶກອົບຮົມປ້ອນຂໍ້ມູນເວັບໄຊເຂົ້າຮ່ວມ ກອງປະຊຸມປ້ອນຂໍ້ມູນລົງເວັບໄຊຂອງບັນດາກົມໃນສໍານັກກະຊວງສຶກສາທິການ ແລະ ກິລາ 06 ກົມ ແລະ ພະແນກສຶກສາທິການ ແລະ ກິລາແຂວງ 06 ແຂວງ

WhatsApp Image 2024 10 08 at 09.35.30

ເຂົ້າຮ່ວມ ກອງປະຊຸມປ້ອນຂໍ້ມູນລົງເວັບໄຊຂອງບັນດາກົມໃນສໍານັກກະຊວງສຶກສາທິການ ແລະ ກິລາ 06 ກົມ ແລະ ພະແນກສຶກສາທິການ ແລະ ກິລາແຂວງ 06 ແຂວງ ໃນລະຫວ່າງວັນທີ 08 - 12 ຕຸລາ 2024 ທີ່ ສູນຝຶກ ອົບຮົມຜູ້ບໍລິຫານການສຶກສາ ເມືອງວັງວຽງ ແຂວງວຽງຈັນ.