
ໃນຕອນເຊົ້າຂອງວັນທີ 06 ກຸມພາ 2025, ທີ່ຫອ້ງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັນທະນະທໍາ-ສັງຄົມ, ມີທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພັກ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ ແລະ ພະນັກງານວິຊາການທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງລວມທັງໝົດ 77 ທ່ານ, ຍິງ 33 ທ່ານເຂົ້າຮ່ວມ.
ໃນພິທີ ທ່ານ ໂນ ດວງສີປະເສີດ ຫົວໜ້າຂະແໜງພະນັກງານຄະນະຈັດຕັ້ງແຂວງຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ສະບັບເລກທີ 73/ຂຜລ, ລົງວັນທີ 04 ກຸມພາ 2025 ເຫັນດີແຕ່ງຕັ້ງ ທ່ານ ສົມຈິດທອງ ຈຸມມາລີ ຜູ້ອໍານວຍການໂຮງຮຽນ ມ.ສ ບ້ານໃໝ່ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ສະບັບເລກທີ 74/ຂຜລ, ລົງວັນທີ 04 ກຸມພາ 2025 ເຫັນດີແຕ່ງຕັ້ງ ທ່ານ ສອນ ທອງປະເສີດ ຫົວໜ້າຂະແໜງບໍລິຫານ ແລະ ການເງິນ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.
ໃນໂອກາດດຽວກັນນີ້ ປະທານ ພິທີໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ຈຸດປະສົງ ແລະ ຄວາມໝາຍຄວາມສຳຄັນ ຂອງການຈັດພິທີມອບ-ຮັບໜ້າທີ່ຂອງພະນັກງານນຳພາ-ຄຸ້ມຄອງ ກໍ່ຄືພະນັກງານສະມາຊິກພັກ ແມ່ນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ແມ່ນການຈັດຕັ້ງປະຕິບັດຕາມກົດລະບຽບຂອງພັກ ທີ່ວ່າ: ການສັບປ່ຽນ, ຍົກຍ້າຍ ພະນັກງານ ສະມາຊິກພັກແມ່ນວຽກປົກກະຕິຂອງພັກ-ລັດເຮົາ ແລະ ໃນກົດລະບຽບຂອງພັກປະຊາຊົນປະຕິວັດລາວ, ໜຶ່ງໃນຂະບວນການບຳລຸງກໍ່ສ້າງພະນັກງານ ກໍ່ມີຂຶ້ນ-ມີລົງ ແລະ ມີເຂົ້າ-ມີອອກ; ນີ້ແມ່ນກົດເກນພາວະວິໄສໜຶ່ງ ແລະ ກໍ່ຄືກັບກົດເກນທຳມະຊາດ ແລະ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງການຈັດຕັ້ງພັກ-ລັດ ກໍ່ຄືໜ້າທີ່ການເມືອງ. ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ໃນການເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງສູນກາງພັກ, ຂອງອົງຄະນະພັກແຂວງ ແລະ ໜ່ວຍພັກຂອງຕົນວາງອອກ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສອດຄ່ອງ, ໂດຍສະເພາະແມ່ນບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ເພີ່ມທະວີໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທຳທີ່ຖືກຕ້ອງ, ພ້ອມທັງຕັ້ງໜ້າຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ມູນເຊື້ອ ຂອງພັກ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດເວົ້າລວມ, ເວົ້າສະເພາະກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເລິກເຊິ່ງ, ແລ້ວຫັນເປັນແຜນການອັນລະອຽດ ເຂົ້າໃນຄວາມຮັບຜິດຊອບຂອງຕົນເພື່ອຮັບປະກັນ ໃນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ, ຍົກສູງຄວາມຮັບຜິດຊອບຂອງຕົນ ຕາມທີ່ຄະນະພັກ ມອບໝາຍໃຫ້ໄດ້ຮັບຜົນດີ, ເປັນເຈົ້າການ ໃນການປັບປຸງແບບແຜນນຳພາ ແລະ ແບບແຜນວິທີເຮັດວຽກໄປຕາມຫຼັກການ ແລະ ເງື່ອນໄຂສະພາບຕົວຈິງ ເພື່ອໃຫ້ວຽກງານທີ່ໄດ້ຮັບການມອບໝາຍຂອງຕົນມີຜົນສຳເລັດເປັນກ້າວໆ.
ຄະນະຮັບຜິດຊອບວຽກງານຂ່າວສານ ສກຂ ຂ່າວໂດຍ: ຄໍາວອນ ( ສກຂ ຜົ້ງສາລີ )




