
ໃນຕອນເຊົ້າ ວັນທີ 05 ມີນາ 2025, ຢູ່ທີ່ເດີ່ນພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, 06 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ (ໜ່ວຍພັກບໍລິຫານ, ໜ່ວຍພັກວິຊາການ, ໜ່ວຍພັກໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ, ໜ່ວຍພັກໂຮງຮຽນ ມສ ເທສະບານແຂວງ, ໜ່ວຍພັກໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ແລະ ໜ່ວຍພັກສູນການສຶກສານອກໂຮງຮຽນແຂວງຜົ້ງສາລີ) ໄດ້ຈັດພິທີ ພົບປະແລກປ່ຽນກິລາ, ສິລະປະ-ວັນນະຄະດີ ຄັ້ງທີ IV ໂດຍການເປັນເຈົ້າພາບ ຂອງໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ມີ
ບັນດາສະຫາຍເລາຂາໜ່ວຍພັກ, ຄະນະໜ່ວຍພັກ, ກໍາມະການຕັດສິນ, ນັກກິລາ, ໜ່ວຍວັນນະຄະດີ ແລະ ສະມາຊິກພັກພາຍໃນ 06 ໜ່ວຍ ພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຂ່ງຂັນກິລາພົບປະລະຫວ່າງ 06 ໜ່ວຍພັກ. ຈາກນັ້ນ, ສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງໄດ້ໃຫ້ກຽດຂຶ້ນກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບແຕ່ລະພາກສ່ວນ ແລະ ບັນດາໜ່ວຍພັກທີ່ໄດ້ຫ້າງຫາກະກຽມເຮັດໃຫ້ງານດັ່ງກ່າວໄດ້ຈັດຂຶ້ນຕາມວັນ ແລະ ເວລາທີ່ກໍານົດໄວ້ ແລະ ສະຫາຍຍັງໄດ້ກ່າວອີກວ່າ ການຈັດງານພົບປະແລກປ່ຽນກິລາ, ສິລະປະ-ວັນນະຄະດີຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ສ້າງຂະບວນການຮອບດ້ານຕາມພາລະບົດບາດ ຂອງຂະແໜງການສຶກສາ ແລະ ກິລາ ໃຫ້ໄປຕາມ 3 ລັກສະນະ 5 ຫຼັກມູນການສຶກສາ ທັງເປັນການຍົກສູງຄວາມສາມັກຄີພາຍໃນ 06 ໜ່ວຍພັກໃຫ້ເປັນປຶກແຜ່ນ ແລະ ເປີດກວ້າງຄວາມເປັນມິດອອກສູ່ພາຍນອກ ຢ່າງໂປ່ງໃສ, ສ້າງຄວາມເຊື່ອໝັ້ນຈາກມະຫາຊົນ ກໍ່ຄືບັນດາຄູອາຈານຢ່າງກວ້າງຂວາງ ໂດຍແນໃສ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນຟົດຟື້ນ ພ້ອມທັງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ 12 ທີ່ໃກ້ຈະມາເຖິງນີ້ໃຫ້ມີບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນ. ພ້ອມດຽວກັນນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຕາມຈຸດປະສົງ, ລະດັບຄາດໝາຍທີ່ວາງໄວ້ ພ້ອມທັງກ່າວເປີດພິທີຢ່າງເປັນທາງການ. ຈາກນັ້ນ, ແຂກຜູ້ເຂົ້າຮ່ວມພິທີໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີຂອງ 06 ໜ່ວຍພັກເຕັມໄປດ້ວຍບັນຍາກາດຄວາມເບິກບານມ່ວນຊື່ນ.
ໃນງານພົບປະກິລາ, ສິລະປະ-ວັນນະຄະດີຄັ້ງນີ້, ຈະມີນັກກິລາຈາກແຕ່ລະໜ່ວຍພັກເຂົ້າຮ່ວມແຂ່ງຂັນປະກອບມີ 04 ປະເພດກິລາ, 06 ລາຍການຄື: ບານສົ່ງຍິງ-ຊາຍ, ເປຕັງຍິງ-ຊາຍ, ກະຕໍ້ຫວາຍຊາຍ ແລະ ກິລາດອກປີກໄກ່ຊາຍ.
ງານພົບປະແລກປ່ຽນກິລາ, ສິລະປະ-ວັນນະຄະດີ ລະຫວ່າງ 06 ໜ່ວຍພັກຈະໄດ້ດໍາເນີນເປັນເວລາ 03 ວັນເຕັມ ຈຶ່ງຈະສໍາເລັດ
ຂ່າວໂດຍ: ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ
