ໃນຕອນເຊົ້າ ວັນທີ 05 ມີນາ 2025, ຢູ່ທີ່ເດີ່ນພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, 06 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ (ໜ່ວຍພັກບໍລິຫານ, ໜ່ວຍພັກວິຊາການ, ໜ່ວຍພັກໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງຜົ້ງສາລີ, ໜ່ວຍພັກໂຮງຮຽນ ມສ ເທສະບານແຂວງ, ໜ່ວຍພັກໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ແລະ ໜ່ວຍພັກສູນການສຶກສານອກໂຮງຮຽນແຂວງຜົ້ງສາລີ) ໄດ້ຈັດພິທີ ພົບປະແລກປ່ຽນກິລາ, ສິລະປະ-ວັນນະຄະດີ ຄັ້ງທີ IV ໂດຍການເປັນເຈົ້າພາບ ຂອງໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການ ຊຶ່ງໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ມີ
ໃນຕອນເຊົ້າຂອງວັນທີ 06 ກຸມພາ 2025, ທີ່ຫອ້ງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັນທະນະທໍາ-ສັງຄົມ, ມີທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພັກ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາທ່ານຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ ແລະ ພະນັກງານວິຊາການທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງລວມທັງໝົດ 77 ທ່ານ, ຍິງ 33 ທ່ານເຂົ້າຮ່ວມ.
ເພື່ອເປັນການສະຫຼຸບຕີລາຄາເຖິງຜົນສໍາເລັດການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາ ປະຈໍາສົກຮຽນ 2023-2024 ແລະ ວາງທິດທາງແຜນການປະຈໍາສົກຮຽນ 2024-2025. ພະເເນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໄດ້ຈັດກອງປະຊຸມຜູ້ບໍລິຫານວຽກງານສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເເຂວງຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 03 ກັນຍາ 2024 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນປະທານຂອງ ທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ