ທ່ານ ອູ່ຄໍາ ຕຸລາພັນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ

ທ່ານ ອູ່ຄໍາ ຕຸລາພັນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໃນຕອນບ່າຍ ຂອງວັນທີ 26 ມັງກອນ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີຕ້ອນຮັບ ທ່ານ ອູ່ຄໍາ ຕຸລາພັນ

ພິທີ ມອບ - ຮັບໜ້າທີ່ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່

 ໃນຕອນເຊົ້າຂອງວັນທີ 18 ທັນວາ 2025 ນີ້: ນະທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຈັດພິທີ ປະກາດການຍົກຍ້າຍ ແລະ ມອບ-ຮັບໜ້າທີ່ພະນັກງານນໍາພາ-ຄຸ້ມຄອງຂອງແຂວງ ລະຫວ່າງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງຜູ້ເກົ່າ ແລະ ຜູ້ໃໝ່

ທັບນັກກິລາແຂວງຜົ້ງສາລີສາມາດສ້າງຜົນງານເກີນຄາດໝາຍ ຄວ້າ 11 ຫຼຽນ ໃນງານນະຄອນຫຼວງວຽງຈັນເກມ ເປັນທີ່ພາກພູມໃຈຂອງຊາວແຂວງຜົ້ງສາລ

ໃນໂອກາດທີ່ທັບນັກກິລາແຂວງຜົ້ງສາລີເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເດີນທາງກັບມາເຖິງບ້ານເກີດ ໄດ້ສ້າງຂະບວນ ແລະ ຈັດພິທີຕ້ອນຮັບເປັນທາງການຢ່າງສົມກຽດ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ພາກພູມໃຈ ໃນຕອນເຊົ້າຂອງວັນທີ 27 ພະຈິກ 2025 ນີ້, ຢູ່ທີ່ຫ້ອງປະຊຸມ

ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໄດ້ເປີດບັ້ນການຄັດເລືອກຄູອາສາບັນຈຸລັດຖະກອນຄູ ປະຈໍາປີ 2025

ໃນຕອນເຊົ້າວັນທີ 25 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເປີດບັ້ນການຄັດເລືອກຄູອາສາ ບັນຈຸລັດຖະກອນຄູປະຈໍາປີ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ແສງອາລຸນ ແກ້ວໄຊ

ຄະນະນັກກິລາໝາກແລ້ ແຂວງຜົ້ງສາລີ ຄວ້າ 1 ຫຼຽນເງິນ 1 ຫຼຽນທອງ ທີ່ນະຄອນຫຼວງວຽງຈັນເກມ ຖືກຕ້ອນຮັບຢ່າງສົມກຽດ

ໃນຕອນເຊົ້າຂອງວັນທີ 26 ພະຈິກ 2025, ການນໍາເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດພິທີຕ້ອນຮັບຄະນະນັກກິລາໝາກແລ້ທີ່ເດີນທາງກັບມາຈາກການເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນ ເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ພອນທະວີ ໄຊມົນຕີ