
ໃນຕອນແລງຂອງວັນທີ 22 ເມສາ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ທ່ານພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະຮັບຜິດຊອບ ລົງເກັບກຳຂໍ້ມູນໂຮງຮຽນທີ່ຂາດຄູສອນ ຄົ້ນຄວ້າ, ຄັດເລືອກເອົານາຍ ແລະ ພົນທະຫານ ໄປຝຶກອົບຮົມວິຊາຄູ ເພື່ອຊ່ວຍສອນຊັ້ນປະຖົມ ໃນເຂດຫ່າງໄກສອກຫຼີກ ແລະ ເກັບກຳສະຖິຕິຄູອາສາສະໝັກ ເຂົ້າເປັນທະຫານ ໂດຍການນໍາພາຄະນະທີມງານຂອງ ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຜົົ້ງສາລີ,
ກອງບັນຊາການທະຫານເມືອງ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ກອງປະຕິບັດງານກໍ່ສ້າງຮາກຖານ, ເຂດຈຸດສຸມ, ກອງຮ້ອຍທະຫານຊາຍແດນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ສະຫາຍ ພັນເອກ ວັນໄຊ ຄໍາພາວົງ ໄດ້ສະເໜີຈຸດປະສົງ ຂອງການເຄື່ອນໄຫວເກັບກຳຂໍ້ມູນໃນຄັ້ງນີ້. ຈາກນັ້ນ, ທ່ານພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ລາຍງານສະພາບການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ, ຂໍ້ສະດວກ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນແກ້ໄຂຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນ ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາກອງຮ້ອຍທະຫານຊາຍແດນ. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສ່ວນຍັງໄດ້ສົນທະນາແລກປ່ຽນຄໍາຄິດ ຄໍາເຫັນຢ່າງກົງໄປ ກົງມາ ແລະ ພາວະວິໄສ ເພື່ອຮ່ວມກັນຄົ້ນຄວ້າກ່ຽວກັບມາດຖານເງື່ອນໄຂທີ່ຈະຄັດເລືອກເອົານາຍ ແລະ ພົນທະຫານ ໄປເຝິກອົບຮົມວິຊາຄູ ເພື່ອໄປຊ່ວຍສອນ ຊັ້ນປະຖົມສຶກສາ ແລະ ເຂດຫາງໄກສອກຫຼີກ ຊຸດທີ II, ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການເຝິກອົບຮົມວິຊາຄູ ແລະ ວຽກງານປີ່ນອອ້ມອື່ນໆ ອີກຈຳນວນໜຶ່ງ.
ໃນລະຫວ່າງ ວັນທີ 9-17 ກຸມພາ 2025 ທີ່ຜ່ານມາ, ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ໄດ້ສຳເລັດການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກຊຸດທີ I ຢູ່ທີ່ວິທະຍາໄລຄູສະຫວັນນະເຂດ. ສຳລັບນາຍ ແລະ ພົນທະຫານຜູ້ທີ່ຖືກຄັດເລືອກ ແລະ ສັບຊ້ອນໄປຊ່ວຍສອນ ແມ່ນຈະໄດ້ຮັບເງິນເພີ່ມ 70% ຂອງເງິນເດືອນພຶ້ນຖານ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ຄະນະທີມງານແຕ່ລະພາກສ່ວນທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເປັນຫ່ວງເປັນໃຍ ຕໍ່ວຽກງານສຶກສາ ແລະ ກິລາແຂວງຜົ້ງສາລີ ແລະ ຫວັງຢ່າງຍິ່ງວ່າ ຈາກບັນດາຂໍ້ມູນພື້ນຖານທີ່ໄດ້ນໍາສະເໜີໃນກອງປະຊຸມດັ່ງກ່າວ ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ສົມທົບກັບ ກໍາລັງນາຍ ແລະ ພົນທະຫານ ສ້າງເງື່ອນໄຂໃໝ່ ເພື່ອພັດທະນາວຽກງານສຶກສາ ແລະ ກິລາ ກໍ່ຄືກໍ່ສ້າງຊັບພະຍາກອນມະນຸດ ຕາມ 03 ລັກສະນະ ແລະ 05 ຫຼັກມູນການສຶກສາບົນພື້ນຖານຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.
ຄະນະຮັບຜິດຊອບຂ່າວສານ ສກຂ ຂ່າວໂດຍ: ຄໍາວອນ