ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ຈັດຕັ້ງສອບເສັງຄັດເລືອກນັກຮຽນເຂົ້າຮຽນໃນສູນ ICT

ໃນຕອນເຊົ້າ ຂອງວັນທີ 22 ສິງຫາ 2025, ທີ່ສູນ ICT ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດການສອບເສັງຄັດເລືອກເອົານັກຮຽນເຂົ້າຮຽນໃນສູນ ICT ປະຈໍາສົກຮຽນ 2025-2026 ຂຶ້ນທີ່ຕຶກໄອຊີທີ ຊັ້ນ III; ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ສົມຈິດທອງ ຈຸມມາລີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກ

145

ສຶກສາທິການ ແລະ ກິລາແຂວງ, ມີທ່ານ ໄຊຄໍາ ໄຊຍະລາດ ຜູ້ອໍານວຍການສູນໄອຊີທີ ພ້ອມດ້ວຍວິຊາການສູນ ແລະ ຄະນະອະນຸກໍາມະການຮັບຜິດຊອບການສອບເສັງ ຕະຫຼອດຮອດນ້ອງນັກຮຽນ ລວມຈໍານວນເຂົ້າຮ່ວມທັງໝົດ 104 ຄົນ, ຍິງ 52 ຄົນ.

ໃນໂອກາດດັ່ງກ່າວນີ້, ທ່ານ ໄຊຄໍາ ໄຊຍະລາດ ຜູ້ອໍານວຍການສູນໄອຊີທີໃຫ້ກຽດຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການສອບເສັງຄັດເລືອກນັກຮຽນເຂົ້າຮຽນໃນສູນ ICT ຂັ້ນ ມ.5, ສະບັບເລກທີ 1764/ສກຂ. ICT. ພ້ອມທັງກ່າວວ່າ ການສອບເສັງຄັ້ງນີ້, ມີນັກຮຽນເຂົ້າສະໝັກລົງທະບຽນສອບເສັງຕົວຈິງທັງໝົດຈໍານວນ 92 ຄົນ, ຍິງ 48 ຄົນ. ໃນນີ້ ໄດ້ແບ່ງອອກເປັນສອງຫ້ອງສອບເສັງ (ຫ້ອງ A ແລະ ຫ້ອງ B), ການສອບເສັງມີສອງວິຊາຄື: ວິຊາ ພາສາລາວ-ວັນນະຄະດີ ແລະ ວິຊາ ຄະນິດສາດ ທັງນີ້ກໍເພື່ອເປັນການວັດຄວາມຮູ້ພື້ນຖານ, ຄວາມສາມາດ ແລະ ການທວນຄືນບົດຮຽນຂອງນັກຮຽນທີ່ໄດ້ຮຽນຜ່ານມາໃນຊັ້ນມັດທະຍົມສຶກສາຕອນຕົ້ນໃນບັນດາໂຮງຮຽນແຫ່ງຕ່າງໆຂອງເທສະບານແຂວງ ແລະ ກຽມພ້ອມທີ່ຈະເຂົ້າຮຽນຕໍ່ຊັ້ນມັດທະຍົມສຶກສາຕອນປາຍ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບການສອບເສັງກໍໄດ້ຜ່ານກົດລະບຽບຂອງນັກສອບເສັງ ແລະ ຄະນະກໍາມະການຍາມຫ້ອງເສັງ ເພື່ອການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບການສອບເສັງ.

ສໍາລັບແຜນການຄັດເລືອກຮັບນັກຮຽນເຂົ້າຮຽນໃນສູນ ICT ປະຈໍາສົກຮຽນ 2025-2026 ນີ້ ແມ່ນຮັບຈໍານວນ 52 ຄົນ, ໂດຍຈະມີການຄັດເລືອກນັກຮຽນທີ່ໄດ້ຄະແນນຄາດໝາຍແລ້ວຈັດປະເພດບໍ່ຫຼຸດລໍາດັບທີ 52. ຄາດວ່າຈະປະກາດຜົນການສອບເສັງ ໃນວັນທີ 26 ສິງຫາ 2025 ນີ້, ຜ່ານທາງລະບົບອອນລາຍເຊັ່ນ: ເວັບໄຊສູນໄອຊີທີ: WWW.moes.edu.la/PSL/ict_PSL, Facebook (ເຟດບຸກ ເພຈ) “ຂ່າວສານສຶກສາກິລາ ຜົ້ງສາລີ”, ຜ່ານກຸ່ມວອດແອັບ ຂອງໂຮງຮຽນ ມ.ສ ເທສະບານ ແລະ ຫໍຂ່າວຕຶກໄອຊີທີ ທີ່ສະໝັກເຂົ້າສອບເສັງໂດຍກົງ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ສົມຈິດທອງ ຈຸມມາລີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໃຫ້ກຽດມີຄໍາເຫັນ ແລະ ກ່າວເປີດການສອບເສັງຢ່າງເປັນທາງການ. ພ້ອມດຽວກັນນີ້, ທ່ານຍັງຮຽກຮ້ອງມາຍັງນັກສອບເສັງຈົ່ງເອົາໃຈໃສ່ຕໍ່ການເຮັດບົດສອບເສັງຂອງຕົນໃຫ້ດີທີ່ສຸດ, ມີສະມາທິຕັ້ງໃຈໃນການສຶກສາຫົວບົດໃຫ້ລະອຽດຖີ່ຖ້ວນ ແລ້ວແກ້ຫົວບົດຂອງຕົນໃຫ້ສໍາເລັດທັນຕາມເວລາທີ່ຄະນະກໍາມະການກໍານົດໄວ້. ສ່ວນກໍາມະການນຍາມຫ້ອງສອບເສັງ, ກໍາມະການກວດບົດກໍຕ້ອງຍົກສູງຄວາມເປັນເຈົ້າການຕໍ່ສິດ ແລະ ໜ້າທີ່ຢ່າງມີຄວາມຍຸຕິທໍາ ແລະ ປະຕິບັດຕໍ່ລະບຽບການສອບເສັງຢ່າງເຂັ້ມງວດ ເພື່ອເຮັດໃຫ້ການສອບເສັງຄັ້ງນີ້ຮັບປະກັນທາງດ້ານຄຸນນະພາບ ແລະ ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ໄທພອນ ມະນີຈັນ