ທີມນັກກິລາຟຸດຊໍຍິງ ພະແນກສຶກສາທິການ ແລະ ກິລາແຂວງ ຄວ້າແຊ໋ມການແຂ່ງຂັນຊິງຂັນ ທ່ານ ເຈົ້າແຂວງ-ແຂວງຜົ້ງສາລີ

ການແຂ່ງຂັນກິລາຟຸດຊໍຍິງ ຊິງຂັນ ທ່ານ ເຈົ້າແຂວງ-ແຂວງຜົ້ງສາລີ ໄດ້ຈັດຂຶ້ນເລີ່ມແຕ່ວັນທີ 26 ມິຖຸນາ 2025 ທີ່ເດີ່ນກິລາບານເຕະຫຍ້າທຽມ 3 ເອື້ອຍນ້ອງ, ເມືອງບຸນເໜືອ ແຂວງຜົ້ງສາລີ ເນື່ອງໃນໂອກາດຂໍ່ານັບຊົມເຊີຍ ແລະ ຕ້ອນຮັບກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XII ປະຈໍາປີ 2025. ເຊິ່ງໄດ້ລົງແຂ່ງຂັນປະກອບມີ 10 ທີມ.

71181

ມາຮອດຕອນເຊົ້າຂອງວັນທີ 12 ກັນຍາ 2025 ໄດ້ແຂ່ງຂັນຮອບຊິງຊະນະເລີດ ລະຫວ່າງ ທີມນັກກິລາພະແນກສຶກສາທິການ ແລະ ກິລາພົບກັບ ທີມ ປກສ ແຂວງ ແລະ ທີມພະແນກສຶກສາທິການ ແລະ ກິລາແຂວງ ສາມາດຄວ້າແຊ໋ມມາຄອງໂດຍເອົາຊະນະທີມ ປກສ ແຂວງ ດ້ວຍຜົນຄະແນນ 3-2 ປະຕູ.

ພາບໂດຍ : ໄທພອນ ມະນີຈັນ