ແຂວງຜົ້ງສາລີ ໄຂສົກຮຽນໃໝ່ເອກະພາບທົ່ວແຂວງ ປະຈຳສົກຮຽນ 2025-2026

ຕອນເຊົ້າຂອງວັນທີ 1 ກັນຍາ 2025ນີ້ ທີ່ສະໂມສອນໃຫຍ່ຂອງເມືອງບຸນເໜືອ, ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີໄຂສົກຮຽນໃໝ່ປະຈຳສົກຮຽນ 2025-2026 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ເປັນປະທານຂອງ ທ່ານ ພອນໄຊ ອອ່ນສາ ກໍາມະການພັກແຂວງ ຫົວໜ້າພະແນກ

WhatsApp Image 2025 09 02 at 01.57.45 2

ສຶກສາທິການ ແລະ ກິລາແຂວງຜົ້ງສາລີ ເປັນກຽດເຂົ້າຮ່ວມມີທ່ານ ຄໍາເຫຼັກ ໃຈອິສານ

ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມແຂວງ, ມີ ພຣະອາຈານໃຫຍ່ ດວງຈັນ ວົງພາສີ ປະທານອົງການພຸດທະສາສະໜາສັມພັນລາວແຂວງຜົ້ງສາລີ, ທ່ານ ວີສັນ ວົງນະຄອນ ຮອງເລຂາພັກເມືອງ ປະທານຄະນະກຳມະການອົງການປົກຄອງເມືອງ, ມີຜູ້ບໍລິຫານການສຶກສາແຕ່ລະຂັ້ນ ພະນັກງານຂົງເຂດສຶກສາ ແລະ ກິລາ ຕະຫຼອດຮອດຕົວແທນນັກຮຽນ 100 ກວ່າຄົນເຂົ້າຮ່ວມ.

         ໃນພິທີ ທ່ານ ຊາຍຄໍາ ຍືນສົມບັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂື້ນຜ່ານບົດສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ແລະ ແຜນພັດ ທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026, ຕະຫຼອດໄລຍະ 1 ສົກຮຽນຜ່ານມາ ໂດຍຍົກໃຫ້ເຫັນ ຜູ້ບໍລິຫານການສຶກສາທຸກຂັ້ນໄດ້ເອົາໃຈໃສ່ຈັດຕັ້ງການຮຽນ-ການສອນຕາມຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້, ໄດ້ປຸກລະດົມ, ຊຸກຍູ້ ແລະ ສົ່ງເສີມການເຂົ້າຮຽນຂອງນັກຮຽນທີ່ຮອດເກນອາຍຸ, ຍົກສູງຄຸນະພາບ,ປະສິດທິພາບໃນການຄຸ້ມຄອງບໍລິຫານການສຶກສາ ໂດຍສະເພາະການຈັດສັນ, ສັບຊ້ອນຄູໃຫ້ມີຄວາມສະເໝີພາບ ແລະ ເທົ່າທຽມກັນຫຼາຍຂຶ້ນ, ຄະນະພັດທະນາການສຶກສາ ແຕ່ຂັ້ນເມືອງລົງຮອດຂັ້ນບ້ານໄດ້ຊຸກຍູ້ພັກດັນ, ສຸມສະຕິປັນຍາໃສ່ການຈັດຕັ້ງປະຕິບັດ ຕາມຄາດໝາຍຂອງຂະແໜງການສຶກສາທິການ ແລະ ກິລາ ວາງອອກ ຢ່າງເຂັ້ມງວດ. ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ແລະ ມອບຂອງຂັວນໃຫ້ ໂຮງຮຽນ ແລະ ນັກຮຽນທີ່ເສັງໄດ້ປະເພດທີ 1 ແລະ ນັກຮຽນດີເດັ່ນ ຊັ້ນ ມ.7 ປະຈໍາສົກຮຽນ 2024-2025 ຕື່ມອີກ.

ໂອກາດດັ່ງກ່າວ ທ່ານ ຄໍາເຫຼັກ ໃຈອິສານ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມແຂວງ ໄດ້ຮຽກຮ້ອງ ໃຫ້ຜູ້ບໍລິຫານການສຶກສາ, ຄະນະພັດທະນາການສຶກສາຂັ້ນເມືອງ ຈົ່ງພ້ອມກັນເອົາໃຈໃສ່ຊຸກຍູ້, ຕິດຕາມ ການຮຽນ-ການສອນຂອງຄູ-ອາຈານ ແລະ ນັກຮຽນຢ່າງໃກ້ຊິດ ເພື່ອຕ້ານການປະລະການຮຽນ, ຊຸກຍູ້ສົ່ງເສີມໃຫ້ນັກຮຽນເຂົ້າຮຽນນັບມື້ນັບຫຼາຍຂື້ນ, ມີລະບອບການສ່ອງແສງລາຍງານຢ່າງເປັນປົກກະຕິຕໍ່ເນື່ອງ ທັງນີ້ແມ່ນ ເພື່ອໃຫ້ວຽກງານການສຶກສາ ແລະ ກິລາ ໄດ້ບັນລຸຕາມຄາດໝາຍ ແລະ ແຜນການທີ່ວາງໄວ້ຢ່າງແທ້ຈິງ ພ້ອມດຽວກັນນັ້ນ ທ່ານໄດ້ກ່າວເປີດ ພິທີ ໄຂສົກຮຽນໃໝ່ ປະຈໍາສົກຮຽນ 2025 – 2026 ຂື້ນຢ່າງເປັນທາງການ.

                                                                  ຂ່າວໂດຍ: ສິນນະກອນ ໂນລາສິນ