ພິທີປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງປະເພດ 4-5-6 ແລະ 7 ພາຍໃນຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ

WhatsApp Image 2025 05 08 at 20.25.21 1

ໃນຕອນເຊົ້າຂອງວັນທີ 08 ພຶດສະພາ 2025, ທີ່ຫອ້ງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໄດ້ຈັດພິທີປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງປະເພດ 4-5-6 ແລະ 7 ຂອງພະແນກສຶກສາທິການ ແລະ ກິລາແຂວງ, ໂຮງຮຽນ ມ.ສ ເທສະບານແຂວງ ແລະ ໂຮງຮຽນສາມັນກິນອນຊົນເຜົ່າແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາຂົງເຂດວັນທະນະທໍາ-ສັງຄົມ, ມີທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ

ພ້ອມດ້ວຍຄະນະພະແນກ, ມີບັນດາທ່ານຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ,

ບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າສູນ, ຄະນະອໍານວຍການໂຮງຮຽນ ແລະ ພະນັກງານວິຊາການທີ່ຂຶ້ນກັບພະແນກສຶກສາທິການ ແລະ ກິລາແຂວງລວມທັງໝົດ 105 ທ່ານ, ຍິງ 58 ທ່ານ.

          ໃນພິທີ ທ່ານ ໂນ ດວງສີປະເສີດ ຫົວໜ້າຂະແໜງພະນັກງານຄະນະຈັດຕັ້ງແຂວງຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ສະບັບເລກທີ 359/ຂຜລ, ລົງວັນທີ 07 ພຶດສະພາ 2025 ເຫັນດີແຕ່ງຕັ້ງ ທ່ານ ຫອມ ມຸກດາ ຮອງຫົວໜ້າຂະແໜງບໍລິຫານ ແລະ ການເງິນ ເປັນຫົວໜ້າຂະແໜງບໍລິຫານ ແລະ ການເງິນ, ທ່ານ ບຸນມີ ສີປະເສີດ ວິຊາການຂະແໜງສາມັນສຶກສາ ເປັນຮອງຫົວໜ້າຂະແໜງ ບໍລິຫານ ແລະ ການເງິນ ພະແນກສຶກສາທິການ ແລະ ກິລາແຂວງ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 363/ຂຜລ, ລົງວັນທີ 07 ພຶດສະພາ 2025 ເຫັນດີແຕ່ງຕັ້ງ ທ່ານ ລິຕາ ພັນນະລັດ ຮອງຫົວໜ້າອໍານວຍການໂຮງຮຽນ ມ.ສ ເທສະບານແຂວງ ເປັນຫົວໜ້າອໍານວຍການ, ທ່ານ ຄໍາເຫຼັກ ໄຊສະໝອນ ຫົວໜ້າໜ່ວຍງານບໍລິຫານໂຮງຮຽນ ມ.ສ ເທສະບານແຂວງ ເປັນຮອງຫົວໜ້າອໍານວຍການ, ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 364/ຂຜລ, ລົງວັນທີ 07 ພຶດສະພາ 2025 ເຫັນດີແຕ່ງຕັ້ງ ທ່ານ ສົມສະນຸກ ຈັນມະນີລາ ຮອງຫົວໜ້າໜ່ວຍງານບໍລິຫານໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ເປັນຫົວໜ້າໜ່ວຍງານບໍລິຫານ, ທ່ານ ບຸນ ແສງແກ້ວ ຫົວໜ້າໜ່ວຍງານກິດຈະກຳໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ເປັນຫົວໜ້າໜ່ວຍງານວິຊາການ, ທ່ານ ບຸນມາກ ວິລະພາ ຮອງຫົວໜ້າໜ່ວຍງານສາມັນວິຊາຊີບໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ເປັນຮອງຫົວໜ້າໜ່ວຍງານບໍລິຫານ, ທ່ານ ນາງ ວອນຄໍາ ຈັນທະຈອມ ຫົວໜ້າໜ່ວຍງານບໍລິຫານ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ເປັນຮອງຫົວໜ້າໜ່ວຍງານບໍລິຫານ, ທ່ານ ສົມຈະເລີນ ສານພູດ ວ່າການຫົວໜ້າໜ່ວຍງານວິຊາການ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ ເປັນຮອງຫົວໜ້າໜ່ວຍງານວິຊາການ.

          ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ປະທານ ພິທີໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ໃນຂະບວນການບຳລຸງກໍ່ສ້າງພະນັກງານ ຕ້ອງໄດ້ມີການສັບປ່ຽນ, ຍົກຍ້າຍ, ມີຂຶ້ນ-ມີລົງ ແລະ ມີເຂົ້າ-ມີອອກ ແມ່ນກົດເກນພາວະວິໄສໜຶ່ງ ແລະ ກໍ່ຄືກັບກົດເກນທຳມະຊາດ ແລະ ແມ່ນຍ້ອນຄວາມຮຽກຮ້ອງຕ້ອງການຂອງການຈັດຕັ້ງພັກ-ລັດ ກໍ່ຄືໜ້າທີ່ການເມືອງໂດຍອີງໃສ່ການປ່ຽນແປງ ແລະ ຂະຫຍາຍຕົວຂອງສະພາບເສດຖະກິດ-ສັງຄົມ. ພ້ອມດຽວກັນນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະນໍາພະແນກ ແລະ ພະນັກງານລັດຖະກອນແຕ່ລະພາກສ່ວນ ສືບຕໍ່ເອົາໃຈໃສ່ໃນການເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງສູນກາງພັກ, ຂອງແຂວງ ແລະ ໂຮງຮຽນຂອງຕົນວາງອອກ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ສອດຄ່ອງ, ສືບຕໍ່ພັດທະນາຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ຮູ້ນໍາໃຊ້ລະບົບ IT ປະກອບເຂົ້າໃນໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ສຶກສາຮຽນຮູ້ພາສາຕ່າງປະເທດຢ່າງບໍ່ຢຸດຢັ້ງ, ໂດຍສະເພາະ ແມ່ນບັນດາທ່ານທີ່ໄດ້ຮັບໜ້າທີ່ໃໝ່ ເພີ່ມທະວີໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ-ຈັນຍາທຳທີ່ຖືກຕ້ອງ, ມີຄວາມອົດທົນ, ມີຄວາມເສຍສະຫຼະ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານວິຊາການ, ສືບຕໍ່ເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນໃຫ້ຫຼາຍຂຶ້ນ ໂດຍຕິດພັນກັບສຶກສາຄົ້ນຄວ້າເຊື່ອມຊຶມ, ກໍາແໜ້ນມູນເຊື້ອຂອງພັກ, ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດເວົ້າລວມ, ເວົ້າສະເພາະກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງເລິກເຊິ່ງ, ແລ້ວຫັນເປັນແຜນການອັນລະອຽດ ເຂົ້າໃນແຜນກິດຈະກໍາ ໃນການຈັດຕັ້ງປະຕິບັດຂອງຕົນໃຫ້ມີຜົນສຳເລັດຕາມແຕ່ລະໄລຍະ, ເອົາໃຈໃສ່ຊີ້ນຳ-ນໍາພາ ໃນການກະກຽມຄວາມພ້ອມຮອບດ້ານຕ່າງໆ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກຂອງຕົນ ແລະ ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານ ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

ຄະນະຮັບຜິດຊອບຂ່າວສານ ສກຂ                                                       ຂ່າວໂດຍ: ຄໍາວອນ