ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີເຜີຍແຜ່ແຜນງານການຈັດຕັ້ງປະຕິບັດເພດສຶກສາສໍາລັບເຍົາວະຊົນ ແລະ ໄວໜຸ່ມ

WhatsApp Image 2025 05 07 at 01.24.30 1

ໃນຕອນເຊົ້າວັນທີ 06 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ ແຜນງານການຈັດຕັ້ງປະຕິບັດເພດສຶກສາສໍາລັບເຍົາວະຊົນ ແລະ ໄວໜຸ່ມໃນຊຸມຊົນ ລວມທັງສະຖານການສຶກສາ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ນາງ ພູເງິນ ກາຍະສິດ ຫົວໜ້າພະແນກການສຶກສາຕໍ່ເນື່ອງ ກົມການສຶກສານອກໂຮງຮຽນ,

ທ່ານ ໂອລົດ ແສນອາສາ ຕາງໜ້າອົງການ ສະຫະປະຊາຊາດສໍາລັບປະຊາກອນ (UNFPA), ບັນດາທ່ານຕາງໜ້າຈາກກົມສາມັນສຶກສາ, ກົມການສຶກສານອກໂຮງຮຽນ,

ກົມແຜນການ, ສວສ, ວິທະຍາໄລເຕັກນິກສັບພະວິຊາວຽງຈັນ-ຮາໂນຍ, ຕາງໜ້າຈາກພະແນກການານກ່ຽວຂ້ອງອ້ອມຂ້າງແຂວງ, ໜ່ວຍງານກ່ຽວຂ້ອງຈາກຫ້ອງການສຶກສາທິການ ແລະ ກິລາເມືອງສໍາພັນ ແລະ ເມືອງບຸນໃຕ້ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນພະແນກລວມທັງໝົດ 35 ທ່ານ, ຍິງ 11 ທ່ານເຂົ້າຮ່ວມ.

          ໃນກອງປະຊຸມໄດ້ຮັບຟັງການນໍາສະເໜີແນວຄວາມຄິດ ແລະ ແຜນງານ 05 ປີເພດສຶກສາຊຸມຊົນທີ່ຮັບຮອງຈາກກະຊວງສຶກສາ, ແຜນປະຈໍາປີ, ວຽກງານການເງິນ ແລະ ແຜນກິດຈະກໍາເພດສຶກສາຊຸມຊົນ, ບົດຮຽນການຈັດຕັ້ງເພດສຶກສາຊຸມຊົນຢູ່ແຂວງສະຫວັນນະເຂດ, ຄົ້ນຄວ້າເພື່ອກຳນົດກຸ່ມເປົ້າໝາຍທີ່ຈະເຂົ້າເຖິງ, ຕົວຢ່າງ: ເຂົາເຈົ້າແມ່ນໃຜ, ເຂົາເຈົ້າຢູ່ໃສ, ຈະເຂົ້າຫາເຂົາເຈົ້າໃດ້ແນວໃດ, ໃຜຈະເປັນຜູ້ເຂົ້າຫາເຂົາເຈົ້າ. ຈາກນັ້ນ, ນໍາສະເໜີຜົນການຄົ້ນຄວ້າ ແລະ ກຳນົດພາລະບົດບາດຂອງແຕ່ລະພາກສ່ວນ ພ້ອມທັງວາງແຜນຕໍ່ໜ້າ. ພ້ອມນັ້ນ, ຜູ້ເຂົ້າຮ່ວມແຕ່ລະພາກສ່ວນຍັງໄດ້ສົນທະນາແລກປ່ຽນຄໍາຄິດ ຄໍາເຫັນຢ່າງກົງໄປ ກົງມາ ເພື່ອຄວາມເອກະພາບກັນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

          ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສະແດງຂອບໃຈ ຕໍ່ຄະນະທີມງານແຕ່ລະພາກສ່ວນ ທີ່ໃຫ້ຄວາມເອົາໃຈໃສ່ ແລະ ເປັນຫ່ວງ ເປັນໃຍ ຕໍ່ຊັບພະຍາກອນມະນຸດ ກໍ່ຄືເຍົາວະຊົນ ແລະ ໄວໜຸ່ມໃນຊຸມຊົນແຂວງຜົ້ງສາລີ. ພ້ອມດຽວກັນນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງກໍາແໜ້ນບັນດາເນື້ອໃນຈິດໃຈກອງປະຊຸມ ແລະ ຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບສູງ ໂດຍແນໃສ່ແກ້ໄຂບັນຫາສິ່ງທ້າທາຍຄວາມແຕກໂຕນທາງດ້ານການສຶກສາ, ການແຕ່ງງານກ່ອນໄວ, ສຸຂະພາບ, ສິ່ງເສບຕິດ ແລະ ບັນຫາອື່ນໆໃນກຸ່ມເປົ້າໝາຍໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ຄະນະຮັບຜິດຊອບຂ່າວສານ ສກຂ                                  ຂ່າວໂດຍ: ຄໍາວອນ