ສອງໜ່ວຍພັກບໍລິຫານ ແລະ ວິຊາການພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີເປີດບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ

ໃນຕອນເຊົ້າວັນທີ 12 ພຶດສະພາ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ແລະຫ້ອງປະຊຸມໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ

WhatsApp Image 2025 05 08 at 20.25.21 1

ແຂວງສອງໜ່ວຍພັກບໍລິຫານ ແລະ ໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດກອງປະຊຸມດໍາເນີນຊີວິດການ ເມືອງທ້າຍສະໄໝ ສະໄໝທີ V ພ້ອມທັງທາບທາມບຸກຄະລາກອນທີ່ຈະສະໝັກຄະນະໜ່ວຍພັກ ສະໄໝທີ VI ຮອບທີ I

ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ,

ມີ ສະຫາຍ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ເລຂາໜ່ວຍພັກບໍລິຫານ, ສະຫາຍ ພົມລື ແກ້ວຄໍາໃຈ ຄະນະພັກຮາກຖານ ເລຂາໜ່ວຍພັກວິຊາການພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະໜ່ວຍພັກ, ມີບັນດາສະຫາຍຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ບັນດາສະຫາຍສະມາຊິກພັກສົມບູນ-ສໍາຮອງ

ທັງສອງໜ່ວຍພັກເຂົ້າຮ່ວມ ລວມທັງໝົດ 87 ສະຫາຍ, ຍິງ 38 ສະຫາຍ. ໃນນັ້ນ, ໜ່ວຍພັກບໍລິຫານ 34 ສະຫາຍ, ຍິງ 18 ສະຫາຍ, ໜ່ວຍພັກວິຊາການ 53 ສະຫາຍ, ຍິງ 20 ສະຫາຍ.

          ໃນກອງປະຊຸມ, ສະຫາຍ ພອນໄຊ ອ່ອນສາ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັ້ນດໍາເນີນຊີວິດການເມືອງ ເຊິ່ງສະຫາຍໄດ້ເນັ້ນໜັກວ່າ: ການທາບທາມບຸກຄະລາກອນ ແມ່ນເພື່ອເປັນການປັບປຸງ ແລະ ປົວແປງສະມາຊິກພັກ ທັງເປັນການທົບທວນຄືນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນ 5 ປີຜ່ານມາ, ການພິຈາລະນາເລືອກເຟັ້ນເອົາບຸກຄະລາກອນເຂົ້າແຜນນັ້ນ ຈະຕ້ອງອີງໃສ່ມາດຖານ ເງື່ອນໄຂລວມ ແລະ ເງື່ອນໄຂສະເພາະຂອງຄະນະໜ່ວຍພັກ. ອີກດ້ານໜຶ່ງ ການທາບທາມເອົາບຸກຄະລາກອນ ແມ່ນມີຄວາມໝາຍຄວາມສຳຄັນ ແລະ ຈໍາເປັນພາວະວິໄສ ເພື່ອເລືອກເອົາສະມາຊິກພັກຜູ້ທີ່ມີຄວາມຮູ້ ຄວາມສາມາດ ເຂົ້າມາເປັນຄະນະພັກຊຸດໃໝ່ ເພື່ອສືບຕໍ່ແບກຫາບພາລະກຳອັນໜັກໜ່ວງຂອງພັກ ສືບຕໍ່ຊີ້ ນໍາ-ນໍາພາ ໜ່ວຍພັກຂອງຕົນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງສະມາຊິກພັກທຸກສະຫາຍ ຕ້ອງມີຄວາມຮັບຜິດຊອບສູງ ໃນການຊອກໃຫ້ໄດ້ບຸກຄົນທີ່ດີ, ມີຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີສຸຂະພາບສົມບູນແຂງແຮງດີ, ຜູ້ທີ່ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ຍຶດໝັ້ນຕໍ່ອຸດົມການຂອງພັກ, ບໍ່ຫວັ່ນໄຫວຄອນແຄນ ຕໍ່ສະພາບການໃດໆ, ໂດຍບໍ່ຈໍາແນກຈຸ້ມເຈື້ອ ເຊື້ອສາຍ, ພັກພວກ ແລະ ຊົນຊາດຊົນເຜົ່າ ເຂົ້າໃນເປົ້າໝາຍ ເປັນພະນັກງານນໍາພາ-ຄຸ້ມຄອງ ເພື່ອນໍາພາ-ຊີ້ນໍາວຽກງານສຶກສາ ແລະ ກິລາ ໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ. ຈາກນັ້ນ ບັນດາສະຫາຍຄະນະໜ່ວຍພັກໄດ້ຜ່ານບົດສໍາຫຼວດການນໍາພາສະໄໝທີ V ການນໍາພາລວມຂອງໜ່ວຍພັກ ແລະ ຂອງບຸກຄົນ. ພ້ອມດຽວກັນນີ້, ບັນດາສະມາຊິກພັກພາຍໃນໜ່ວຍໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວ ເຊິ່ງກັນ ແລະ ກັນດ້ວຍບັນຍາກາດຟົດຟື້ນ ແລະ ສ້າງສັນ.

          ຫຼັງຈາກນັ້ນ, ໃນກອງປະຊຸມຍັງໄດ້ຮັບຟັງການເຊື່ອມຊຶມເນື້ອໃນ 04 ເອກະສານຄື: ຄວາມເຂົ້າໃຈກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ, ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ເດັດດ່ຽວແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ. ຂະນະດຽວກັນນັ້ນ, ຕາງໜ້າອານຸກໍາມະການບຸກຄະລາກອນຂັ້ນ