ໃນຕອນເຊົ້າຂອງວັນທີ 18 ທັນວາ 2025 ນີ້: ນະທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຈັດພິທີ ປະກາດການຍົກຍ້າຍ ແລະ ມອບ-ຮັບໜ້າທີ່ພະນັກງານນໍາພາ-ຄຸ້ມຄອງຂອງແຂວງ ລະຫວ່າງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງຜູ້ເກົ່າ ແລະ ຜູ້ໃໝ່

ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ບຸນທະວີ ສໍສຸກັນ ຮອງເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ປະທານກວດກາພັກ-ລັດແຂວງ, ມີທ່ານ ພອນໄຊ ອ່ອນສາ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກການຕ່າງປະເທດແຂວງ ພ້ອມດ້ວຍຄະນະທັງສອງພະແນກ, ມີບັນດາທ່ານຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ, ພາກສ່ວນທີ່ກ່ຽວຂ້ອງ, ແຂກເຊີນຕະຫຼອດຮອດພະນັກງານພາຍໃນສອງພະແນກເຂົ້າຮ່ວມ.
ໃນພິທີ, ທ່ານ ບຸນພອນ ວີລະກຽດ ຮອງຫົວໜ້າຄະນະຈັດຕັ້ງແຂວງ ຂຶ້ນຜ່ານຂໍ້ຕົກລົງ ເລກທີ 01/ຄປຂ ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກໍາມະການປົກຄອງແຂວງ ໃນນີ້ໄດ້ແຕ່ງຕັ້ງ ທ່ານ ພອນໄຊ ອ່ອນສາ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງຜົ້ງສາລີ, ຜ່ານຂໍ້ຕົກລົງສະບັບເລກທີ 13,16/ຄປຂ, ລົງວັນທີ 12 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານນໍາພາ-ຄຸ້ມຄອງ: ປະທານຄະນະກໍາມະການປົກຄອງແຂວງ ຕົກລົງແຕ່ງຕັ້ງ ທ່ານ ຄໍາເພັດ ຈິດປັນຍາ ຫົວໜ້າພະແນກການຕ່າງປະເທດແຂວງເປັນຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຜູ້ໃໝ່), ແຕ່ງຕັ້ງ ທ່ານ ບຸນຈັນ ໄມ່ຕ່ວນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເປັນຫົວໜ້າພະແນກການຕ່າງປະເທດແຂວງ. ໂອກາດນີ້ ທ່ານ ປະທານ ໄດ້ໃຫ້ກຽດມອບມະຕິຕົກລົງພ້ອມກະຕ່າຂອງຂວັນໃຫ້ຜູ້ໄດ້ຮັບໜ້າທີ່ໃໝ່ຢ່າງສົມກຽດ. ຈາກນັ້ນ, ໄດ້ມີການລົງນາມເຊັນບົດບັນທຶກການ ມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີຄະນະນໍາຂອງແຂວງ ແລະ ຜູ້ເຂົ້າຮ່ວມແຕ່ລະພາກສ່ວນເປັນສັກຂີພິຍານ.
ຕອນທ້າຍຂອງພິທີ ໄດ້ຮັບຟັງການໂອ້ລົມຈາກທ່ານ ບຸນທະວີ ສໍສຸກັນ ຮອງເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ, ປະທານກວດກາພັກ-ລັດແຂວງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນການມອບ-ຮັບໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງຜູ້ເກົ່າ ທີ່ໄດ້ນຳພາ-ຊີ້ນໍາໃນໄລຍະຜ່ານມາມີຜົນສໍາເລັດຫຼາຍດ້ານ ແລະ ໄດ້ມີຄຳເຫັນຊີ້ນຳໃຫ້ທຸກພາກສ່ວນ ມີຄວາມຮັບຮູ້ ແລະເຂົ້າໃຈຕໍ່ການປັບປຸງ ສັບຊ້ອນບ່ອນປະຈຳການຂອງພະນັກງານນຳພາ-ຄຸ້ມຄອງ ເພື່ອໃຫ້ມີຄວາມສອດຄ່ອງກັບການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່, ທັງເປັນວຽກງານປົກກະຕິທີ່ໄດ້ຈັດຕັ້ງປະຕິບັດ ນັບແຕ່ສູນກາງລົງຮອດທ້ອງຖິ່ນ. ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງຕື່ມບາງບັນຫາ ໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງສືບຕໍ່ເສີມຂະຫຍາຍບົດບາດການນໍາພາ-ຊີ້ນໍາວຽກງານການເມືອງແນວຄິດໃຫ້ມີຄວາມໜັກແໜ້ນ, ຕ້ອງຍົກສູງຄວາມຮັບຜິດຊອບທາງດ້ານວຽກງານວິຊາສະເພາະມີການຕິດຕາມກວດກາບັນດາໜ້າທີ່ວຽກງານຂອງພະນັກງານ, ຄູ-ອາຈານໃຫ້ເປັນປົກກະຕິ ແນໃສ່ນໍາພາກໍ່ສ້າງພະນັກງານປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສຸມໃສ່ 3 ລັກສະນະ 5 ຫຼັກມູນຂອງການສຶກສາ, ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍໃຫ້ບັນລຸຜົນຕາມແຜນທີ່ວາງໄວ້.
ທ່ານ ບຸນທະວີ ສໍສຸກັນ ເນັ້ນຕື່ມວ່າ: ເພື່ອເຮັດໃຫ້ວຽກງານແຕ່ລະຂົງເຂດມີຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ທຸກພາກສ່ວນຕ້ອງຖືສຳຄັນ ການຮັກສາຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ມີການມອບວຽກ ແບ່ງງານ ແລະ ແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງລະອຽດ ທັງມີການຕິດຕາມກວດກາໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ການປະຕິບັດວຽກງານໃນຕໍ່ໜ້າມີຜົນສໍາເລັດເປັນກ້າວໆ.
ພິທີດັ່ງກ່າວ, ໄດ້ດໍາເນີນເປັນເວລາ 1 ຕອນ ແລະ ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ພາບ-ຂ່າວ: ໄທພອນ ມະນີຈັນ