ໃນໂອກາດທີ່ທັບນັກກິລາແຂວງຜົ້ງສາລີເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເດີນທາງກັບມາເຖິງບ້ານເກີດ ໄດ້ສ້າງຂະບວນ ແລະ ຈັດພິທີຕ້ອນຮັບເປັນທາງການຢ່າງສົມກຽດ ດ້ວຍບັນຍາກາດທີ່ຟົດຟື້ນ ແລະ ພາກພູມໃຈ ໃນຕອນເຊົ້າຂອງວັນທີ 27 ພະຈິກ 2025 ນີ້, ຢູ່ທີ່ຫ້ອງປະຊຸມ

ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ອູ່ຄໍາ ຕຸລາພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ມີຄູເຝິກ, ນັກກິລາ, ພະນັກງານວິຊາການພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄູອາຈານ, ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ພາຍຫຼັງໄດ້ແຫ່ຂະບວນອ້ອມເທສະບານແຂວງ ໃນພິທີ, ທ່ານ ສົມຈິດທອງ ຈຸມມາລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຜູ້ຊີ້ນໍາວຽກງານກິລາ-ກາຍະກໍາ ແລະ ສິລະປະສຶກສາໄດ້ຕາງໜ້າທັບນັກກິລາລາຍງານສະພາບໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວເຂົ້າຮ່ວມແຂ່ງຂັນກິລາໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນໃຫ້ກຽດເປັນເຈົ້າພາບ. ທ່ານ ໄດ້ໃຫ້ຮູ້ວ່າ ແຂວງຜົ້ງສາລີໄດ້ເຂົ້າຮ່ວມຊີງໄຊລວມມີ 7 ປະເພດກິລາຄື: ກິລາໝາກແລ້ ຍິງ-ຊາຍ, ແລ່ນ-ລານຍິງ-ຊາຍ, ຍິງປືນ ຊາຍ, ເປຕັງ ຍິງ-ຊາຍ, ໜ້າເກັກ ຍິງ-ຊາຍ, ໝາກຂ່າງ ຍິງ-ຊາຍ ແລະ ກິລາກັອບ ຍິງ-ຊາຍ, ສົ່ງຕົວແທນນັກກິລາທັງໝົດ 85 ທ່ານ, ຍິງ 25 ທ່ານ ແລະ ສາມາດຊີງໄຊຄວ້າຫຼຽນໄດ້ທັງໝົດ 11 ຫຼຽນ. ໃນນັ້ນ, ມີ 2 ຫຼຽນຄໍາ, 4 ຫຼຽນເງິນ ແລະ 5 ຫຼຽນທອງ. ທ່ານ ໄດ້ກ່າວອີກວ່າ ເປັນຜົນສໍາເລັດເກີນຄາດໝາຍທີ່ກໍານົດໄວ້ໃນເບື້ອງຕົ້ນ ແລະ ເປັນທີ່ເພິ່ງພໍໃຈຂອງທັບນັກກິລາ ກໍ່ຄືຊາວແຂວງຜົ້ງສາລີເປັນຢ່າງຍິ່ງ.
ໃນໂອກາດດັ່ງກ່າວ, ທ່ານ ອູ່ຄໍາ ຕຸລາພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ກໍ່ຄືໄຊຊະນະທີ່ທັບນັກກິລາແຂວງຜົ້ງສາລີສາມາດຍາດມາໄດ້. ພ້ອມດຽວກັນນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບແຕ່ລະພາກສ່ວນ ລວມທັງນັກກິລາແຕ່ລະປະເພດ ຈົ່ງຮັກສາ ແລະ ເສີມຂະຫຍາຍມູນເຊື້ອຜົນສໍາເລັດອັນດີງາມໄວ້ ເພື່ອເປັນບ່ອນອີງໃນການພັດທະນາທາງດ້ານການບໍລິຫານຂອງສະຫະພັນກິລາແຕ່ລະປະເພດ, ພັດທະນາຄວາມສາມາດຂອງນັກກິລາ ໂດຍສະເພາະແມ່ນ ການນໍາພາ ຊີ້ນໍາຂອງພະແນກສຶກສາທິການ ແລະ ກິລາແຂວງ. ນັກກິລາທຸກຄົນຈົ່ງສືບຕໍ່ເຝິກຝົນຫຼໍ່ຫຼອມດ້ານຄຸນສົມບັດ, ຈັນຍາບັນການແຂ່ງຂັນ. ສືບຕໍ່ເຝິກຊ້ອມຢ່າງເປັນປົກກະຕິ-ຕໍ່ເນື່ອງ ເພື່ອກຽມຄວາມພ້ອມຮອບດ້ານເຂົ້າຮ່ວມແຂ່ງຂັນໃນທຸກລະດັບ, ທຸກຂົງເຂດ ແລະ ສ້າງຜົນງານໃຫ້ນັບມື້ດີຂຶ້ນເລື້ອຍໆ.