ທ່ານ ອູ່ຄໍາ ຕຸລາພັນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີໃນຕອນບ່າຍ ຂອງວັນທີ 26 ມັງກອນ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດພິທີຕ້ອນຮັບ ທ່ານ ອູ່ຄໍາ ຕຸລາພັນ

ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ແລະ ການຕ່າງປະເທດຂັ້ນແຂວງ ລົງຢ້ຽມຢາມ ເຮັດວຽກຢູ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ມີບັນດາທ່ານ ຫົວໜ້າຂະແໜງ-ຮອງຂະແໜງ, ຫົວໜ້າສູນ-ຮອງສູນ ພ້ອມດ້ວຍພະນັກງານວິຊາການທັງໝົດພາຍໃນພະແນກເຂົ້າຮ່ວມ.

ໃນພິທີ, ທ່ານ ຄໍາເພັດ ຈິດປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານສຶກສາ ແລະ ກິລາແຕ່ລະດ້ານໃນໄລຍະຜ່ານມາ ຊຶ່ງທ່ານໄດ້ລາຍງານໃຫ້ເຫັນໄດ້ເຖິງຜົນສໍາເລັດເປັນຕົ້ນແມ່ນ: ການແກ້ໄຂບັນຫາຄູອາສາຈໍານວນ 51 ຕົວເລກ, ອັດຕາເຂົ້າຮຽນໃໝ່ສຸດທິ ປ1( 6ປີ ) ບັນລຸ 94,9%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ບັນລຸ 97,3%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ 72,5%, ອັດຕາເຂົ້າຮຽນສຸດທິຕອນຕົ້ນບັນລຸ 61,3%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍ 34,2%, ອັດຕາເຂົ້າຮຽນສຸດທິຕອນປາຍບັນລຸ 25,7%; ໃນສົກຮຽນ 2024-2025 ທົ່ວແຂວງໄດ້ຮັບທຶນການສຶກສາທັງພາຍໃນ ແລະ ຕ່າງປະເທດ ລວມ248 ທຶນ, ໃນນີ້: ທຶນພາຍໃນ ລວມ 90 ທຶນ, ຈາກ ສສ ຫວຽດນາມ 65 ທຶນ, ຈາກ ສປ ຈີນ 93 ທຶນຈັດສົ່ງຕົວຈີງລວມທັງໝົດ 117 ຄົນ, ຍິງ 56 ຄົນ ຄື: ພາຍໃນ 03 ຄົນ, ຍິງ 03 ຄົນ; ສສ ຫວຽດນາມ 50 ຄົນ, ຍິງ 27 ຄົນ ແລະ ສປຈີນ 64 ຄົນ, ຍິງ 26 ຄົນ (14 ຄົນ ແມ່ນຈັດສົ່ງຕາມຫຼັງ ຢູ່ໂຮງຮຽນອາຊີວະເມືອງຈຽງເຊີນ ສປ ຈີນ), ສໍາລັບວຽກງານ 3 ສ້າງ ມາເຖິງປັດຈຸບັນມີໂຄງການທີ່ໄດ້ຈັດຕັ້ງປະຕິບັດສໍາເລັດໃນ 3 ບ້ານເປົ້າໝາຍຈໍານວນ 44 ໂຄງການ, ໂຄງການທີ່ກໍາລັງຈັດຕັ້ງປະຕິບັດມີຈໍານວນ 5 ໂຄງການ ແລະ ຜົນສໍາເລັດທີ່ພົ້ນເດັ່ນອື່ນໆ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາສິ່ງທ້າທາຍ ແລະ ທິດທາງແຜນຈຸດສຸມໃນຕໍ່ໜ້າ.

ໂອກາດທີ່ມີຄວາມໝາຍສໍາຄັນນີ້, ທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ການຕ່າງປະເທດຂັ້ນແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາພະແນກ, ພະນັກງານລັດຖະກອນພາຍໃນພະແນກເອົາໃຈໃສ່ເພີ່ມທະວີເຊື່ອມຊຶມ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ໂດຍສະເພາະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ວາງອອກແຕ່ລະໄລຍະໃຫ້ມີຜົນສໍາເລັດ. ຍົກສູງຄວາມເປັນເອກະພາບ, ມີຄວາມສາມັກຄີປອງດອງ ສາມາດເປັນແບບຢ່າງຮອບດ້ານ ເພື່ອບຸກທະລຸບັນດາແຜນຈຸດສຸມມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
ຂ່າວໂດຍ: ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ
ພາບໂດຍ: ຄໍາວອນ ສໍລິສານ ຄະນະຮັບຜິດຊອບຂ່າວສານ ສກຂ