ກອງປະຊຸມດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 11 ສິງຫາ 2025 ທີ່ກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໂດຍພາຍໃຕ້ການເປັນ

ປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ. ໃຫ້ກຽດນໍາພາເຂົ້າຮ່ວມຂອງພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໂດຍ ທ່ານ ສົມຈິດທອງ ຈຸມມະລີ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ມີບັນດາທ່ານຫົວໜ້າຂະແໜງ
ແລະ ຫົວໜ້າສູນເຂົ້າຮ່ວມລວມທັງໝົດ 11 ທ່ານ, ຍິງ 03 ທ່ານ ທີ່ຫ້ອງປະຊຸມຊັ້ນ 2 ຂອງພະແນກສຶກສາທິການ ແລະ ກິລາແຂວງ.
ໃນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ ແລະ ຄົ້ນຄວ້າປຶກສາຫາລື ໃຫ້ທິດຊີ້ນໍາກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025 ແລະ ທິດທາງແຜນສົກຮຽນ 2025-2026; ທິດທາງ ແລະ ມາດຕະການແກ້ໄຂການປະລະການຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາ; ທິດທາງ ແລະ ມາດຕະການປັບປຸງຄຸນນະພາບໃນຊັ້ນປະຖົມສຶກສາ; ວິທີການຄຸ້ມຄອງ ແລະ ການຈັດການຮຽນການສອນຂອງໂຮງຮຽນເອກະຊົນ; ວຽກບູລິມະສິດຂອງເຂດວຽກງານກິລາກາຍຍະກໍາ; ວຽກບູລິມະສິດຂອງເຂດວິທະຍາສາດ ແລະ ທິດທາງການກະຈາຍອໍານາດໃນການຝຶກອົບຮົມຄູສອນ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວມີຄຳເຫັນ ພ້ອມທັງຮຽກຮ້ອງໃຫ້ຜູ້ແທນກອງປະຊຸມແຕ່ລະພາກສ່ວນ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ, ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ຊອກຫາວິທີທາງ, ມາດຕະການແກ້ໄຂບັນຫາຕ່າງໆ ເປັນຕົ້ນການປະລະການຮຽນ, ການຂາດແຄນຄູສອນ, ຄຸນນະພາບຂອງການສຶກສາ ເພື່ອຮັບປະກັນເຮັດໃຫ້ການເປີດສົກຮຽນໃໝ່ 2025-2026 ນີ້ ສາມາດແກ້ໄຂບັນດາບັນຫາທີ່ພໍ່ແມ່ຜູ້ປົກຄອງ-ສັງຄົມ ເປັນຫ່ວງເປັນໄຍ ໃຫ້ໄດ້ຮັບການປັບປຸງ, ແກ້ໄຂໃຫ້ດີຂຶ້ນ, ໃຫ້ນັກຮຽນ, ນັກສຶກສາໄດ້ກັບຄືນສູ່ໂຮງຮຽນດ້ວຍຄວາມຫ້າວຫັນ ແລະ ພ້ອມພຽງກັນໃນຂອບເຂດທົ່ວປະເທດ.
ກອງປະຊຸມໃນຄັ້ງນີ້, ຈະດຳເນີນເປັນເວລາ 2 ວັນ (ລະຫວ່າງ ວັນທີ 11-12 ສິງຫາ 2025) ຈຶ່ງໄດ້ປິດລົງຢ່າງເປັນທາງການ.
ຄະນະຮັບຜິດຊອບຂ່າວສານ ສກຂ ຂ່າວໂດຍ: ຄໍາວອນ (ສກຂ ຜົ້ງສາລີ)