ໃນລະຫວ່າງ ວັນທີ 20-27 ຕຸລາ 2025 ທີ່ຜ່ານມານີ້, ທ່ານ ພອນໄຊ ອ່ອນສາ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄດ້ນໍາພາທີມງານພະແນກສຶກສາທິການ ແລະ ກິລາແຂວງ ແລະ ຄູຝຶກ 5 ວິຊາຄື: ວິຊາ ພາສາລາວ, ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ຊີວະວິທະຍາ ລົງ



ເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການສຶກສາຢູ່ບັນດາໂຮງຮຽນແຫ່ງຕ່າງໆໃນ 3 ເມືອງໃຕ້ຄື: ເມືອງໃໝ່: ມີ ໂຮງຮຽນ ມ.ສ ພູວຽງ ແລະ ມ.ສ ສົບຮຸນ; ເມືອງຂວາ: ມີ ໂຮງຮຽນ ມ.ສ ລາດຊາງ ແລະ ໂຮງຮຽນ ມ.ສ ນາຕູ່ນ; ເມືອງສໍາພັນ: ມີ ໂຮງຮຽນ ມ.ສ ນາໄຊ ແລະ ມ.ສ ນໍ້າລີ ເພື່ອຊ່ວຍເຫຼືອ, ແນະນໍາຄູສອນ ກ່ຽວກັບການນໍາໃຊ້ປຶ້ມຄູ່ມືຄູ ຊັ້ນມັດທະຍົມສຶກສາ ສະບັບປັງປຸງໃໝ່.
ການລົງຕິດຕາມຊຸກຍູ້ ຄັ້ງນີ້, ມີຫົວໜ້າ-ຮອງຂະແໜງພັດທະນາຄູ, ຂະແໜງສາມັນສຶກສາ, ຄູຝຶກຂັ້ນແຂວງ, ຫົວໜ້າ-ຮອງຫົວໜ້າ ແລະ ວິຊາການທີ່ກ່ຽວຂ້ອງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ 3 ເມືອງໃຕ້.
ຈຸດປະສົງຂອງການລົງເຄື່ອນໄຫວຄັ້ງນີ້ ແມ່ນເພື່ອ ສົ່ງເສີມໃຫ້ຜູ້ບໍລິຫານການສຶກສາ ແລະ ຄູອາຈານເອົາໃຈໃສ່ໃນການຈັດຕັ້ງປະຕິບັດການຮຽນ ການສອນໃຫ້ມີຄຸນນະພາບ ເພາະການສຶກສາເປັນພື້ນຖານສໍາຄັນຂອງທຸກໆອາຊີບ ແລະ ກໍານົດອະນາຄົດຂອງປະເທດຊາດເຮົາ. ພ້ອມກັນນີ້, ຍັງເປັນການຕິດຕາມສັງເກດການສອນ ຄຽງຄູ່ກັບໃຫ້ຜູ້ເຂົ້າຮ່ວມໄດ້ຮູ້ ແລະ ເຂົ້າໃຈວິທີການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ຮູ້ວິທີການກະກຽມບົດສອນ, ຮູ້ນໍາໃຊ້ປຶ້ມຄູ່ມືຄູທີ່ປັບປຸງໃໝ່, ຮູ້ວິທີການ ແລະ ນໍາໃຊ້ປຶ້ມຄູ່ມືຄູກ່ຽວກັບການຈັດການຮຽນການສອນໃນ 3 ໂມດູນ 12 ວິທີການສອນແບບເອົາຜູ້ຮຽນເປັນໃຈກາງ, ສ້າງຄວາມເຂັ້ມແຂງດ້ານຄວາມຮູ້ ແລະ ຄວາມສາມາດໃນການນໍາພາການສິດສອນຂອງຄູ. ແນໃສ່ເຮັດໃຫ້ຄູ-ອາຈານໄດ້ຮັບຮູ້ການນໍາໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.1, ມ.2, ມ.3, ມ.5 ແລະ ມ.6 ຕາມເປົ້າໝາຍ 6 ວິຊາດັ່ງກ່າວ.
ການປະຕິບັດວຽກງານຕົວຈິງຂອງທີມງານໄດ້ເລີ່ມຈາກແນະນໍາໃຫ້ຮູ້ໂມດູນທີ່ສໍາຄັນຄື: ການນໍາໃຊ້ຕົວຈິງຂອງຮູບແບບເອົາຜູ້ຮຽນເປັນໃຈກາງເຊັ່ນ: ການກໍານົດຈຸດປະສົງການຮຽນຮູ້, ການກໍານົດຫຼັກຖານການປະເມີນຜົນຕ່າງໆທີ່ຫຼາກຫຼາຍ, ການທົບທວນຄືນແບບຟອມຂອງການກະກຽມບົດສອນ, ການນໍາໃຊ້ຍຸດທະສາດການສອນ ແລະ ການຮຽນຮູ້ຕ່າງໆ. ນອກຈາກນັ້ນ, ຍັງໄດ້ລົງສັງເກດການສອນຂອງຄູປະຈໍາການຕົວຈິງ, ແນະນໍາຮ່າງການແຕ່ງບົດສອນແບບ OBE, ສຶກສາບົດສອນຕົວຢ່າງໂດຍອີງຕາມຄູ່ມືຄູ. ແນໃສ່ເປົ້າໝາຍດ້ານທັກສະຄວາມຮູ້ໃນການສິດສອນຖ່າຍທອດຄວາມຮູ້, ຄວາມສໍາຄັນຂອງການຈັດກຸ່ມນັກຮຽນ ເພື່ອຮຽນຮູ້ທັກສະຕະວັດທີ 21 ການແນະນໍາ Rubrics ເປັນມາດຕະການຂອງການປະຕິບັດ. ພ້ອມດຽວກັນນັ້ນ ກໍໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບັນດາໂຮງຮຽນດັ່ງກ່າວອີກດ້ວຍ. ໃນການລົງເຄື່ອນໄຫວວຽກງານຄັ້ງນີ້, ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ມອບເຄື່ອງອຸປະກອນກິລາຈໍານວນໜຶ່ງໃຫ້ແກ່ບັນດາໂຮງຮຽນປະກອບມີ ບານສົ່ງ, ບານເຕະ ແລະ ກະຕໍ້ຫວາຍ.
ໃນໂອກາດດັ່ງກ່າວ, ທ່ານ ພອນໄຊ ອ່ອນສາ ກໍາມະການປະຈໍາພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວວ່າ: ການລົງເຄື່ອນໄຫວຕິດຕາມຊຸກຍູ້ການສຶກສາຄັ້ງນີ້, ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍເພາະວ່າຄູ-ອາຈານແຕ່ລະທ່ານທີ່ເຂົ້າຮ່ວມຈະໄດ້ພ້ອມກັນຮຽນຮູ້ວິທີການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ຮູ້ວິທີກະກຽມບົດສອນຂັ້ນຕ່າງ ຕາມປຶ້ມຄູ່ມືໄດ້ຢ່າງຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ ແລະ ຮູ້ນໍາໃຊ້ປຶ້ມຄູ່ມືຄູທີ່ປັບປຸງໃໝ່, ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນນໍາກັນຢ່າງກົງໄປກົງມາ, ຮຽນຮູ້ສຶກສາເອົາຄວາມຮູ້ຮ່ວມກັນ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງ ພາກສ່ວນກ່ຽວຂ້ອງຂັ້ນເມືອງ, ຄະນະອໍານວຍການໂຮງຮຽນ, ຄູ-ຈານທີ່ໄດ້ເຂົ້າຮ່ວມ ຈົ່ງພ້ອມກັນນໍາເອົາເນື້ອໃນຄໍາສະເໜີແລກປ່ຽນຈາກທີມງານທີ່ຖ່າຍທອດອອກໄປຢ່າງຕັ້ງໜ້າ ແນໃສ່ໃຫ້ໄດ້ຄວາມຮູ້ໄປປະກອບເຂົ້າໃນວຽກງານ ແລະ ອາຊີບທີ່ຕົນຮັບຜິດຊອບໃຫ້ໄດ້ຢ່າງຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນຈົບງາມ.
#ຂ່າວໂດຍ: ນາງ ໄທພອນ ມະນີຈັນ