ເມື່ອບໍ່ດົນມານີ້, ພະແນກສຶກສາທິການ ແລະ ກິລາແຂວງ ສົມທົບກັບ ກົມກວດກາຂອງກະຊວງສຶກສາທິການ ແລະ ກິລາແຂວງ ໄດ້ລົງເຄື່ອນໄຫວວຽກງານແນະນໍາການຈັດຕັ້ງປະຕິບັດວຽກງານຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາຢູ່ 03 ເມືອງຄື: ຫ້ອງການ

ສຶກສາທິການ ແລະ ກິລາເມືອງໃໝ່, ເມືອງສໍາພັນ ແລະ ເມືອງບຸນໃຕ້ ໂດຍການນໍາພາທີມງານຂອງ ທ່ານ ສອນ ທອງປະເສີດ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ
ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ບັນດາຫົວໜ້າຫ້ອງການສຶກສາທິການ ແລະ ກິລາແຕ່ລະເມືອງ ພ້ອມດ້ວຍຂະແໜງທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການບັນດາຫ້ອງການສຶກສາທິການ ແລະ ກິລາເມືອງເຂົ້າຮ່ວມ.
ການລົງເຄື່ອນໄຫວວຽກງານຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂັ້ມແຂງດ້ານການປະຕິບັດຕົວຈິງຂອງການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ຢູ່ຂັ້ນເມືອງ. ເຊິ່ງແຕ່ລະເມືອງໄດ້ຮັບການແນະນໍາຂອບການຕິດຕາມ ແລະ ປະເມີນຜົນແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ 2021-2025, ສະຫຼຸບຖອດຖອນບົດຮຽນຜົນການຕິດຕາມການຈັດຕັ້ງປະຕິບັດຍຸດທະສາດ ແລະ ວຽກຈຸດສຸມຂອງແຜນ 5 ປີ ຄັ້ງທີ 9 (2021-2025), ໄລຍະ 2021-2024 ຂອງຂັ້ນກະຊວງ, ສະຫຼຸບຖອດຖອນບົດຮຽນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາປະຈຳປີ 2021-2024 ສໍາລັບຂັ້ນແຂວງ, ສະຫຼຸບຖອດຖອນບົດຮຽນກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ 2021-2025 ຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ບຸນໃຕ້, ແນະນໍາຮ່າງແຜນຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈຳປີ 2025 ແລະ ຮ່າງລາຍງານປະຈໍາໄຕມາດ ແລະ ປະຈຳປີ 2025 ແລະ ໃຫ້ແຕ່ລະໜ່ວຍງານຈັດຕັ້ງປະຕິບັດຕົວຈິງ ປ້ອນຂໍ້ມູນໃສ່ຮ່າງ ຕິດຕາມການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ ປະຈໍາໄຕມາດ ແລະ ປະຈຳປີ 2025.
ໃນໂອກາດນີ້, ທ່ານ ສອນ ທອງປະເສີດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮຽກຮ້ອງໃຫ້ຄະນະນໍາແຕ່ລະເມືອງເພີ່ມທະວີການນຳພາ ຊີ້ນໍາ ເຜີຍແຜ່ເຊື່ອມຊຶມຜັນຂະຫຍາຍແຜນພັດທະນະຂະແໜງການສຶກສາ ແລະ ກິລາ 5 ປີ 2021-2025 ຂອງຂັ້ນເມືອງອອກເປັນແຜນປະຈຳປີ ແລະ ສະຫຼຸບຖອດຖອນບົດຮຽນແຜນ 5 ປີດັ່ງກ່າວໃຫ້ເລິກເຊິ່ງ ແລະ ກວ້າງຂວາງ ເພື່ອເປັນບ່ອນອີງໃນການສ້າງແຜນພັດທະນາ 5 ປີ 2026-2030 ພ້ອມທັງນໍາພາ ຊີ້ນໍາການຜັນຂະຫຍາຍວຽກຈຸດສຸມ ແລະ ຍຸດທະສາດທີ່ຕິດພັນກັບຄວາມຮັບຜິດ ຊອບຂອງຕົນ ອອກເປັນແຜນງານ, ໂຄງການຢ່າງມີຈຸດສຸມ, ມີການກຳນົດຈຸດປະສົງ, ມີຄາດໝາຍທີ່ຊັດເຈນ ແລະ ເປັນເຈົ້າການໃນການນໍາພາຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ສືບຕໍ່ສຶກສາຄົ້ນຄວ້າບັນດາເນື້ອໃນຈິດໃຈໃນການເຄື່ອນໄຫວວຽກງານຄັ້ງນີ້ໃຫ້ເລີກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ ພ້ອມທັງເອົາໃຈໃສ່ໃນຂອດການປະສານງານ ລະຫວ່າງ ສູນກາງ, ຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອໃຫ້ບັນຫາອາດຈະເກີດຂຶ້ນໃນການປະຕິບັດຕົວຈິງໄດ້ຮັບການແກ້ໄຂຢ່າງທັນການ.