ໃນຕອນເຊົ້າວັນທີ 25 ພະຈິກ 2025 ນີ້, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໄດ້ເປີດບັ້ນການຄັດເລືອກຄູອາສາ ບັນຈຸລັດຖະກອນຄູປະຈໍາປີ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ແສງອາລຸນ ແກ້ວໄຊ
ຮອງຫົວໜ້າກົມກິດຈະການນັກສຶກສາ, ທ່ານ ບຸນພອນ ວິລະກຽດ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາທ່ານຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ຄູອາສາເຂົ້າຮ່ວມລວມທັງໝົດ 77 ທ່ານ, ຍິງ 38 ທ່ານ.

ການຄັດເລືອກຮັບເອົາຄູອາສາສະໝັກ ບັນຈຸລັດຖະກອນຄູ ປະຈໍາ 2025 ລວມມີ 62 ຄົນ, ຍິງ 31 ຄົນ ແລະ ຄັດເລືອກດ້ວຍວິທີການສໍາພາດ, ກວດກາເອກະສານ ກ່ຽວການສຶກສາໃນໄລຍະທີ່ຜ່ານມາຕາມແຕ່ລະຂັ້ນ ໂດຍອີງຕາມຄໍາສັ່ງແນະນໍາຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 2048/ສສກ, ລົງວັນທີ 07 ພະຈິກ 2025, ແລະ ແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 5217/ຫກ, ລົງວັນທີ 19 ພະຈິກ 2025, ເພື່ອແກ້ໄຂບັນຫາການຂາດຄູສອນ ແລະ ຄູອາສາສະໝັກ ໂດຍການບັນຈຸ ຄູອາສາສະໝັກ ເອົາຕາມຊັ້ນ, ສາຍ, ລາຍວິຊາ ທີ່ຂາດຄູ, ມີຄຸນສົມບັດດີ, ສອນດີສອນເກັ່ງ ແລະ ຜ່ານການປະເມີນແຕ່ລະປີໃນລະດັບດີ, ພ້ອມທັງ ເປັນຄູອາສາສະໜັກ ທີ່ມີໃນບັນຊີລາຍຊື່ຮັບເງິນອຸດໜູນ ທີ່ໄດ້ຮັບອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ ແລະ ໃຫ້ບູລິມາສິດສຳລັບຄູອາສາສະໝັກ ທີ່ໄດ້ປະຕິບັດໜ້າທີ່ສິດສອນເປັນອາສາມາຫຼາຍປີ, ມີຜົນງານພົ້ນເດັ່ນ ແລະ ຢູ່ເຂດຫ່າງໄກສອກຫຼິກທີ່ປະຈຳການຢູ່ທ້ອງຖິ່ນເປັນຫຼັກ.
ໃນໂອກາດນີ້, ທ່ານ ບຸນຈັນ ໄມ່ຕ່ວນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະຮັບຜິດແຕ່ລະພາກສ່ວນຈັດຕັ້ງປະຕິບັດການຄັດເລືອກຢ່າງມີຄວາມຮັບຜິດຊອບສູງ, ກວດກາບັນດາເນື້ອໃນເອກະສານທີ່ກ່ຽວຂ້ອງຢ່າງລະອຽດຖີ່ຖ້ວນ, ມີຄວາມຊອບທໍາຕາມນະໂຍບາຍ ແລະ ຖືກຕ້ອງຕາມມາດຖານເງື່ອນໄຂ ຫຼື ຂໍ້ຫ້າມຕ່າງໆທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ ເພື່ອບັນຈຸຄູອາສາສະໝັກທີ່ມີຄຸນນະພາບເຂົ້າເປັນພະນັກງານລັດຖະກອນ ພ້ອມທັງໃຫ້ຄູອາສາສະໝັກ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນພະລະກິດກໍ່ສ້າງຊັບພະຍາກອນມະນຸດ ໄດ້ຮັບນະໂຍບາຍຢ່າງເຕັມສ່ວນ.