ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງທົ່ວແຂວງ ປະຈຳສົກຮຽນ 2024-2025 ໄດ້ປີດລົງຢ່າງເປັນທາງການ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງຜົ້ງສາລີ ປະຈຳສົກຮຽນ 2024-2025 ແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ ໄດ້ໄຂຂຶ້ນລະຫວ່າງ ວັນທີ 19 - 20 ສິງຫາ 2025 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເຂົ້າຮ່ວມ

 

ເປັນປະທານ ຂອງທ່ານ ຄໍາເຫຼັກ ໃຈອີສານ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ມີທ່ານ ພອນໄຊ ອ່ອນສາ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພະແນກ, ທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 07 ເມືອງ, ຜູ້ອຳນວຍການໂຮງຮຽນ, ສູນ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ ລວມທັງໝົດ 57 ທ່ານ, ຍິງ 12 ທ່ານ.

ໃນກອງປະຊຸມ ຜູ້ແທນແຕ່ລະພາກສ່ວນໄດ້ຄົ້ນຄວ້າ, ສົນທະນາແລກປ່ຽນຄຳຄິດ-ຄຳເຫັນຢ່າງພາວະວິໄສ ຕໍ່ແຜນການປະຈໍາສົກຮຽນ 2025-2026 ແລະ ບັນດາເອກະສານທີ່ກ່ຽວຂ້ອງ ກໍ່ຄືບັນຫາຂໍ້ຄົງຄ້າງໃນສົກຮຽນທີ່ຜ່ານມາ ລວມທັງສາເຫດທີ່ພາໃຫ້ບໍ່ສາມາດບັນລຸຄາດໝາຍ ຂອງບັນດາເປົ້າໝາຍ ແລະ ຕົວຊີ້ວັດຂອງຄາດໝາຍການພັດທະນາແບບຍືນຍົງ SDG4 ສໍາລັບຂະແໜງການສຶກສາ ແລະ ບັນດາຕົວຊີ້ວັດ ຂອງເປົ້າໝາຍສະຫະສະຫວັດ MDG ໃນ 17 ຄາດໝາຍດ້ານອື່ນໆ ແລະ ພ້ອມກັນຄົ້ນຄວ້າວາງມາດຕະການແກ້ໄຂກ່ຽວກັບບັນຫາຂໍ້ຄົງຄ້າງດັ່ງກ່າວ. ຈາກນັ້ນ, ກອງປະຊຸມໄດ້ຕົກລົງເປັນເອກະພາບ ແລະ ຮັບຮອງເອົາມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາແຂວງ ປະຈຳສົກຮຽນ 2025-2026 ເພື່ອເປັນບ່ອນອີງ ແລະ ເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.

ກອງປະຊຸມດັ່ງກ່າວ, ໄດ້ດຳເນີນເປັນເວລາ 02 ວັນ ແລະ ປິດລົງຢ່າງເປັນທາງການດ້ວຍຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ຂ່າວ: ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ