ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານ ຂອງພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ (ສກຂ) ໄດ້ຈັດຕັ້ງເຜີຍແຜ່ເອກະສານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາ

624539344 856036423924794 2252490326650085672 n

ປະຊາຊົນຂັ້ນແຂວງທົ່ວປະເທດ ຊຸດທີ V ຂຶ້ນໃນຕອນບ່າຍຂອງວັນທີ 4 ກຸມພາ 2026 ນີ້, ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ, ໂດຍມີບັນດາຄະນະພັກ, ຄະນະນໍາ, ຫົວໜ້າຂະແໜງ-ຮອງຂະແໜງ, ຫົວໜ້າສູນ-ຮອງສູນ ພ້ອມດ້ວຍພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມລວມທັງໝົດ 56 ທ່ານ, ຍິງ 28 ທ່ານ.

623429727 856036530591450 5378159539731706102 n

ໃນພິທີດັ່ງກ່າວ, ທ່ານ ສອນ ທອງປະເສີດ ຄະນະພັກຮາກຖານ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ກຽດເຜີຍແຜ່ 4 ເອກະສານ ຊຶ່ງປະກອບມີ: ເອກະສານເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ, ກ່ຽວກັບການເພີ່ມທະວີການນຳພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ; ເອກະສານເພີ່ມທະວີການນໍາພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕຂອງປະຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V; ເອກະສານກຳແໜ້ນເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາຂັ້ນແຂວງ ແລະ ເອກະສານແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງລະດັບຊາດ ແລະ ຂັ້ນແຂວງ ສະບັບເລກທີ 02/ຄລຂ.

623296096 856036680591435 7656249128407683364 n

ໃນການຈັດຕັ້ງເຜີຍແຜ່ເອກະສານສຳຄັນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ແລະ ພະນັກງານລັດຖະກອນພາຍໃນພະແນກໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖືກຕ້ອງ ເປັນເອກະພາບຕໍ່ເນື້ອໃນສຳຄັນຂອງເອກະສານ, ໂດຍສະເພາະໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບັ້ນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຄັ້ງນີ້ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ໄທພອນ ມະນີຈັນ ຄະນະຮັບຜິດຊອບຂ່າວສານ ສກຂ ຜົ້ງສາລີ